ຂໍ້ຫ້າມຂອງແຕ່ປະເທດໃນອາຊຽນ






       

      ມື້ນີ້ເຮົາຈະມາຮູ້ເຖິງສາລະໜ້າຮູ້ ຂອງຂໍ້ຫ້າມຂອງ10ປະເທດອາຂຽນ ທີ່ຫຼາຍຄົນອາດຈະບໍ່ຮູ້ມາກ່ອນ ທີ່ອາດຈະແຕກຕ່າງ ແລະ ບໍ່ຄຸ້ນເຄີຍກັບປະເທດລາວເຮົາ ດັ່ງນັ້ນເພື່ອໃຫ້ເຮົາຮູ້ເຖິງຂໍ້ຫ້າມຂອງເພື່ອນບ້ານອາຊຽນ ແລະ ເພື່ອຈະເປັນການເຄົາລົບສິດຂອງແຕ່ລະປະເທດຈຶ່ງຕ້ອງກຽມພ້ອມເກັດຄວາມຮູ້ທີ່ອາດຈະຊ່ວຍທ່ານບໍ່ໜ້ອຍກໍຫຼາຍດັ່ງນີ້:

                                     

1. ປະເທດລາວ

      ຂໍ້ຫ້າມທີ່ຄວນຮູ້

  • ຄົນທີ່ຈະຕິດຕໍ່ທາງລາດສະການຕ້ອງແຕ່ງກ່າຍໃຫ້ສຸພາບ
  • ຖ້າໝູ່ຄົນລາວເຊີນໄປພັກທີ່ເຮືອນຫ້າມໃຫ້ເງີນ
  • ຢ່າຊື້ນຳ້ຫອມໃຫ້ກັນ
  • ເຂົ້າບ້ານເພີ່ນຕ້ອງປົດເກີບ ແລະ ຖ້າເຈົ້າຂອງບ້ານເສີບນຳ້ກະຕ້ອງດື່ມເພື່ອບໍ່ເປັນການເສຍມາລະຍາດ
  • 2. ປະເທດໄທ

          ຂໍ້ຫ້າມທີ່ຄວນຮູ້

  • ບໍ່ຄວນສະແດງກິລິຍາລະເມີດ ຫຼື ດູມິ່ນ ສະຖານທີ່ກ່ຽວກັບຊາດ ສາສະໜາ ແລະ ພະມະຫາກະສັດ
  • ຄົນໄທຖືວ່າຫົວເປັນສິ່ງທີ່ສູງສຸດ ບໍ່ຄວນຈັບ ຫຼື ສົ່ງສິ່ງຂອງຂ້າມຫົວ ເພາະຖືວ່າເປັນການບໍ່ສຸພາບ ແລະ ບໍ່ໃຫ້ກຽດ
  • ຄົນໄທຖືວ່າຕີນເປັນຂອງຕ່ຳ ບໍ່ຄວນໃຊ້ຕີນຊີ້ ຫຼື ຍ່າງຂ້າມບຸກຄົນຫຼື ສິ່ງຂອງເຊັ່ນ: ອາຫານ,ໜັງສື ເປັນຕົ້ນ
  • ພະພຸດທະຮູບເປັນສິ່ງທີ່ຄົນໄທໃຫ້ຄວາມເຄົາລົບ ບໍ່ຄວນກະທຳໃດໆ ທີ່ສະແດງເຖີງການລົບລູ່
  • ບໍ່ຄວນແຕ່ງກາຍຊຸດດຳ ໃນງານແຕ່ງງານ,ວັນເກີດ,ໄປຢາມຜູ້ປ່ອຍ ເປັນຕົ້ນ
  • ບໍ່ຄວນສະແດງຄວາມຮັກດ້ວຍການກອດ,ການຈູບໃນທີ່ສະຖານທີ່ສະທາລະນະ
  • ບໍ່ຄວນແຕ່ງກາຍທີ່ບໍ່ສຸພາບ ເມື່່ອເຂົ້າໄປໃນສະຖານທີ່ສັກສິດ
  • ເມື່ອໄດ້ຍີນເພງຊາດ ຄວນຢືນຕຮົງເພື່ອສະແດງເຖິງການໃຫ້ກຽດແລະໃຫ້ຄວາມເຄົາລົບຕໍ່ຊາດ
  • ຄົນໄທນິຍົມມັກໃຊ້ບ່ວງ ແລະ ຊ້ອມໃນການກິນອາຫານ
  • 3. ປະເທກກຳປູເຈຍ

          ຂໍ້ຫ້າມທີ່ຄວນຮູ້

  • ຜູ້ຍີງບໍ່ໃຫ້ແຕ່ງຕົວໂປ້ ຜູ້ຊາຍທີ່ຈົງຜົມຍາວຈະມີພາບລັກ ເປັນນັກເລງ
  • ຫ້າມຈັບຫົວ ຄົນກໍາປູເຈຍຖືເປັນສ່ວນທີ່ສໍາຄັນຂອງຮ່າງກາຍ
  • ຖ້າຈອງຕາຫຼາຍເກີນໄປຖືວ່າບໍ່ໃຫ້ກຽດ
  • 4. ປະເທດອິນໂດເນເຊຍ

          ຂໍ້ຫ້າມທີ່ຄວນຮູ້

  • ບໍ່ຄວນໃຊ້ມືຊ້າຍໃນການຮັບ-ສົ່ງຂອງ ຄົນອິນໂດເນເຊຍຖືວ່າມືຊ້າຍບໍ່ສຸພາບ
  • ນິຍົມໃຊ້ມືກິນເຂົ້າ
  • ບໍ່່ຄວນຊີ້ນີ້ວດ້ວຍນີຊີ້ ແຕ່ໃຊ້ນີວໂປແທນ
  • ບໍ່ຄວນຈັບຫົວຄົນອື່ນລວມທັງລອບຫົວເດັກ
  • ການຄອບຄອງຢາເສບຕິດ ອາວຸດ ໜັງສື ຮູບອານາຈານ ມີລົງໂທດໜັກ ການນຳເຂົ້າ ແລະ ຄອບຄອງຢາເສບຕີດມີໂທດເຖີງປະຫານຊີວິດ
  • ລົດຮັບໃຊ້ໂດຍສານຕ້ອງມີມິດເຕີ
  • ງານສົບແມ່ນສາມາດໃສ່ສີຫຍັງກໍ່ໄດ້
  • 5. ປະເທດມາເລເຊຍ

          ຂໍ້ຫ້າມທີ່ຄວນຮູ້

  • ໃຊ້ມືຂວາພຽງຂ້າງດຽວໃນການຮັບປະທານອາຫານ ແລະ ຮັບສົ່ງຂອງ
  • ເຄື່ອງດື່ມສິ່ງມືນເມົ່າເປັນເລື່ອງຕ້ອງຫ້າມ
  • 6. ປະເທດມຽນມາ

          ຂໍ້ຫ້າມທີ່ຄວນຮູ້

  • ບໍ່ຄວນເວົ້າເລື່ອງການເມືອງກັບຄົນທົ່ວໄປທີ່ເຮົາບໍ່ຮູ້ຈັກ
  • ເຂົ້າວັດຕ້ອງປົດເກີບ ແລະ ຖົງຕີນກ່ອນ
  • ຫ້າມຢຽບເຫງົາພະສົງ
  • ໃຫ້ນາມບັດຕ້ອງຢືນໃຫ້ສອງມື
  • ບໍ່ຄວນໃສ່ກະໂປງສັ້ນ ໂສ້ງຂາສັ້ນ ໃນທີ່ສາທາລະນະ ແລະ ບ່ອນເຮັດງານ
  • 7. ປະເທດພິລິປີນ

          ຂໍ້ຫ້າມທີ່ຄວນຮູ້

  • ເວລາໄປກິນເຂົ້າຢູ່ບ້ານໝູ່ສາມາດຫໍ່ກັບໄດ້
  • ໃຊ້ປາກຊີ້ຂອງ
  • ເທົ້າສະເອີ ໝາຍເຖິງ ທ້າທາຍ, ເລິກຄິ້ວ ໝາຍເຖິງ ທັກທາຍ
  • 8. ປະເທດສິງກະໂປ

          ຂໍ້ຫ້າມທີ່ຄວນຮູ້

  • ການລົບໜີເຂົ້າສິງກະໂປແລະປະກອບອາຊີບຂາຍບໍລິການແມ່ນຜິດກົດໝາຍ ແລະ ຈະຖືກລົງໂທດຢ່າງຮຸນແຮງ
  • ການລັກລອບນຳສິ່ງເສບຕິດ ອາວຸດປືນ ແລະ ສິ່ງຜິດກົດໝາຍອື່ນໆ ຈະໄດ້ຮັບໂທດຢາງຮຸນແຮງເຖິງຂັ້ນປະຫານ
  • ຂື້ນຂັນໄດເລືອນໃຫ້ຢູ່ທາງເບື້ອງມືຊ້າຍສະເໝີ
  • ຫ້າມຖີ້ມຂີ້ເຫຍື້ອຊະຊາຍ
  • 9. ປະເທດຫວຽດນາມ

          ຂໍ້ຫ້າມທີ່ຄວນຮູ້

  • ຫວຽດນາມຫ້າມໃຫ້ຖ່າຍຮູບອາຄານທີ່ໜ່ວຍງານລັດຕ່າງໆ
  • ຄະດີຢາເສບຕິດ ການຊໍ້ລາດບັງຫຼວງແມ່ນມີໂທດເຖິງຂັ້ນປະຫານຊິວິດ
  • ຄົນພາກເໜືອບໍ່ກິນນຳ້ກ້ອນ
  • ບໍ່ຄວນຖ່າຍຮູບ3ຄົນເດັດຂາດ ເພາະຖືວ່າຈະເຮັດໃຫ້ເບື່ອກັນ ຫຼືື ແຍກກັນ ຫຼື ຄົນໃດຄົນໜື່ງຕ້ອງເສຍຊິວິດ
  • ຕ້ອງເຊີນຜູ້ໃຫ່ຍກອ່ນເມື່ອຈະກິນເຂົ້າ
  • 10. ປະເທດບູໄນ

          ຂໍ້ຫ້າມທີ່ຄວນຮູ້

  • ຄວນຫຼີກລ້ຽງເສືອຜ້າສີເຫຼືອງ ເພາະຖືເປັນສີຂອງພະມາຫາກະສັດ
  • ການທັກທາຍຈະຈັບມືກັນເບົາໆ
  • ການໃຊ້ນິ້ວຊີ້ໄປທີ່ຜູ້ອື່ນຫຼືສິ່ງຂອງ ເພາະຖືວ່າບໍ່ສຸພາບ ແຕ່ຈະໃຊ້ນິວໂປ້ແທນ
  • ບໍ່ຄວນໃຊ້ມືຊ້າຍໃນການສົ່ງຂອງໃຫ້ຜູ້ອື່ນ
  • ວັນຢຸດແມ່ນວັນສຸກແລະວັນອາທິດ ມື້ ວັນສຸກ 12,00-14,00 ທຸກຮ້ານຈະປິດ

  • ຂໍຂອບໃຈຂໍມູນຈາກ website: asean.la